ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄພ​ຂົ່ມຂູ່​ຈາກ​ການ​ຫຼອນ​ໂຈມ​ຕີ​ທີ່​ແນໃສ່​ຊາວ​ອາ​ເມ​ຣິ​ກາ​ໄດ້​ຂຶ້ນ​ສູ່​ລະດັບ​ໃໝ່

     ວັນ​ທີ 31 ຕຸລາ ຜ່ານ​ມາ​ນີ້, ທ່ານ ຄຣີ​​ສ​ໂຕ​ເຟີ ໄວ​​ຣ ຫົວໜ້າ​ອົງການ​ສືບສວນ​ກາງ ຫຼື FBI ຂອງ​ສະຫະລັດ​ອາ​ເມ​ຣິ​ກາ​ ໄດ້​
ກ່າວ​ເຕືອນ​ໃນ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ທາງ​ດິນແດນ​ແຫ່ງ​ຊາດ​ຂອງ​ລັດ​ຖະ​ສະພາ​ ອາ​ເມ​ຣິ​ກາ​ ວ່າ: ຍ້ອນ​ການ​ປະ​ທະ​ກັນ​ຢ່າງ​ຕໍ່​
ເນື່ອງ​ຢູ່​ພາກ​ຕາເວັນ​ອອກ​ກາງ, ໄພ​ຂົ່ມຂູ່​ຈາກ​ການ​ຫຼອນ​ໂຈມ​ຕີ​ທີ່​ແນໃສ່​ຊາວ​ອາ​ເມ​ຣິ​ກາ​ໄດ້​ຂຶ້ນ​ສູ່​ລະດັບ​ໃໝ່​ແລ້ວ.

     ທ່ານ ຄຣີ​​ສ​ໂຕ​ເຟີ ເປີດເຜີຍ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເກີດ​ການ​ປະ​ທະ​ກັນ​ຄັ້ງ​ໃຫຍ່​ຮອບ​ໃໝ່​ໃນ​ວັນ​ທີ 7 ຕຸລາ ຜ່ານ​ມາ, ມີ​ອົງການ
​ກໍ່​ການ​ຮ້າຍ​ຫຼາຍ​ອົງ​ການສະແດງ​ຄຳ​ຂົ່ມຂູ່​ວ່າ​ຈະ​ຫຼອນ​ໂຈມ​ຕີ ​ອາ​ເມ​ຣິ​ກາ ແລະ​ປະເທດ​ຕາເວັນຕົກ. ທ່ານ​ກ່າວ​ຕື່ມ​ວ່າ: ອາ​ເມ​ຣິ​ກາ
ບໍ່​ພຽງ​ແຕ່​ເປັນ​ຫ່ວງ​ວ່າ​ບຸກຄົນ ຫຼື ອົງການ​ຢູ່​ໃນ​ ອາ​ເມ​ຣິ​ກາ​ ຈະ​ລອກ​ຮຽນ​ແບບ​ຮູບ​ການ​ດັ່ງກ່າວ​ເພື່ອ​ຫຼອນ​ໂຈມ​ຕີ​ຊາວ ​ອາ​ເມ​ຣິ​ກາ
ຫຼື ບໍ່,ຂະນະ​ດຽວ​ກັນ ຈະ​ບໍ່​ເບິ່ງ​ຂ້າມ​ຄວາມ​ອາດ​ສາມາດທີ່​ກຸ່ມ ​ຮາ​ມາ​​ສ ຫຼື ອົງ​ການຈັດຕັ້ງ​ຕ່າງປະເທດ​ອື່ນໆ​ ອາດ​ຈະ​ຫຼອນ​ໂຈມ​ຕີ
ອາ​ເມ​ຣິ​ກາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/11/2023